02/10/2026 13:01
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ກະຊວງຊັບພະຍາກອນທຳມະຊາດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມຂອງມາເລເຊຍ ໄດ້ເປີດເຜີຍວ່າ, ໂຄງການອະນຸລັກຟື້ນຟູປະຊາກອນເສືອມາເລໄດ້ບັນລຸຜົນໃນທາງບວກ ຫຼັງຈາກມາເລເຊຍດຳເນີນມາດຕະການຫຼາຍຢ່າງຕັ້ງແຕ່ປີ 2021 ເຊັ່ນ: ການຍົກລະດັບການບັງຄັບໃຊ້ກົດໝາຍເພື່ອປາບປາມການຄ້າຂາຍສັດປ່າ, ພ້ອມທັງການຕິດຕາມກວດກາ ແລະ ຟື້ນຟູປະຊາກອນເສືອ ແລະ ສັດປ່າ.
02/10/2026 13:00
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນໄດ້ເປີດເຜີຍຜົນຂອງການສຳຫຼວດສຳມະໂນຄົວປີ 2025 ຊຶ່ງຊີ້ໃຫ້ເຫັນວ່າປະຊາກອນທັງໝົດຂອງຍີ່ປຸ່ນ, ລວມທັງຊາວຕ່າງປະເທດ, ມີປະມານ 122.97 ລ້ານຄົນ ເມື່ອນັບມາຮອດວັນທີ 1 ຕຸລາ 2025, ຫຼຸດລົງປະມານ 3.17 ລ້ານຄົນ ຫຼື 2.5%, ຈາກປີ 2020.
02/10/2026 12:57
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 1 ຕຸລາ ຜ່ານມາວ່າ: ອົງການຊັບສິນທາງປັນຍາໂລກໄດ້ເຜີຍແຜ່ “ບົດລາຍງານດັດຊະນີການປະດິດສ້າງທົ່ວໂລກ 2026” ສະແດງໃຫ້ເຫັນວ່າ, ໂຕເລກດັດຊະນີການປະດິດສ້າງຂອງຈີນຢູ່ອັນດັບທີ 10 ຂອງໂລກ ຊຶ່ງເທົ່າທຽມກັບປີ 2025.
02/10/2026 12:52
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ເດືອນກັນຍາ ປີ 2026, ລາຍຮັບຈາກອຸດສາຫະກຳເຕັກໂນໂລຊີດີຈີຕອນ ເພີ່ມຂຶ້ນ 36% ເມື່ອທຽບກັບໄລຍະດຽວກັນໃນປີ 2025. ນີ້ແມ່ນຂໍ້ມູນ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຍົກອອກມາໃນກອງປະຊຸມຖະແຫຼງຂ່າວປະຈຳເດືອນກັນຍາ 2026 ທີ່ຈັດຂຶ້ນໃນວັນທີ 30 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ.
01/10/2026 11:15
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ຝົນຕົກໜັກຢ່າງຕໍ່ເນື່ອງເຮັດໃຫ້ເກີດໄພນ້ຳຖ້ວມຢູ່ປະເທດໄທ, ໃນວັນທີ 30 ກັນຍາ ຜ່ານມາ, ກົມປະຊາສຳພັນ ສຳນັກນາຍົກລັດຖະມົນຕີໄທໄດ້ອອກຂ່າວໂດຍລະບຸວ່າ, ໄພນ້ຳຖ້ວມເທື່ອນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 24 ຄົນ, ຫຼາຍລ້ານຄົນປະສົບໄພ, ກະທົບເຖິງນະຄອນຫຼວງບາງກອກ ແລະ ອີກ 31 ແຂວງ.
01/10/2026 11:14
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 29 ກັນຍາ ຜ່ານມາ, ຄະນະກຳມະການສະຫະພາບເອີຣົບ ໄດ້ສະເໜີແຜນການທີ່ຈະຄວບຄຸມກ່ຽວກັບການເພີ່ມທະວີຄວາມໝັ້ນຄົງຢູ່ຊາຍແດນທາງນອກຂອງສະຫະພາບເອີຣົບ, ໂດຍມີຈຸດປະສົງເພື່ອຮັບມືກັບເຫດການຄົນເຂົ້າເມືອງຜິດກົດໝາຍຂະໜາດໃຫຍ່ທີ່ອາດເກີດຂຶ້ນ. ອີງຕາມແຜນການດັ່ງກ່າວ, ສະຫະພາບເອີຣົບຈະດຳເນີນການໃນ 5 ດ້ານ ຄື: ເພີ່ມທະວີການຮ່ວມມືກັບປະເທດທີ່ກ່ຽວຂ້ອງ, ເພີ່ມທະວີການຄຸ້ມຄອງ ແລະ ການຄວບຄຸມຊາຍແດນທາງນອກ, ປັບປຸງກົນໄກຕິດຕາມກວດກາ ແລະ ເຕືອນໄພລ່ວງໜ້າ, ລຶບລ້າງເຄືອຂ່າຍການຄ້າມະນຸດ ແລະ ການລັກລອບຂົນສົ່ງຄົນ ແລະ ເພີ່ມທະວີການສົ່ງຜູ້ເຂົ້າເມືອງຜິດກົດໝາຍກັບຄືນປະເທດ.
01/10/2026 11:12
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ທ່ານ ຮຸນມາແນດ ນາຍົກລັດຖະມົນຕີກຳປູເຈຍ ໄດ້ປະກາດວ່າ: ກຳປູເຈຍໄດ້ກຳນົດຄ່າແຮງງານຂັ້ນຕ່ຳປະຈຳເດືອນໃໝ່ສຳລັບອຸດສາຫະກຳຕັດຫຍິບ, ເກີບ ແລະ ສິນຄ້າເພື່ອການເດີນທາງຂອງປະເທດ, ໂດຍເພີ່ມຂຶ້ນເປັນ 212 ໂດລາ ໃນປີ 2027, ເພີ່ມຂຶ້ນ 2 ໂດລາ ຈາກ 210 ໂດລາ.
01/10/2026 11:11
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ ໄດ້ຈັດຂຶ້ນໃນວັນທີ 30 ກັນຍາ ຜ່ານມາ ຢູ່ຫໍສະພາປະຊາຊົນແຫ່ງຊາດ ທີ່ນະຄອນຫຼວງປັກກິ່ງ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສ.
01/10/2026 11:08
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 30 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດອາຊຽນ ທີ່ເຂົ້າຮ່ວມກອງປະຊຸມການນຳບັນດາອົງການປະຕິບັດກົດໝາຍ ອາຊຽນ ກ່ຽວກັບການຮ່ວມມືຕໍ່ສູ້, ຕ້ານອາຊະຍາກຳຫຼົບໜີ. ທ່ານນາຍົກລັດຖະມົນຕີຫວຽດນາມ ຢືນຢັນວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ; ມານະພະຍາຍາມເພື່ອພ້ອມກັບບັນດາປະເທດສະມາຊິກປັບປຸງຄວາມສາມັກຄີ, ເຄົາລົບກົດໝາຍ, ສົນທະນາ ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ຢ່າງແທ້ຈິງ.
30/09/2026 13:11
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 28 ກັນຍາ ຜ່ານມາ, ກອງປະຊຸມປະຈຳປີຄັ້ງທີ 11 ຂອງຄະນະກຳມະການບໍລິຫານທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ຫຼື AIIB ໄດ້ຈັດຂຶ້ນຢູ່ນະຄອນຫຼວງໂດຮາ ປະເທດກາຕາ. ສະມາຊິກຄະນະກຳມະການບໍລິຫານ, ເຈົ້າໜ້າທີ່ອາວຸໂສຂອງລັດຖະບານບັນດາປະເທດ, ຄູ່ຮ່ວມມື ແລະ ຜູ້ຕາງໜ້າອົງການຈັດຕັ້ງທີ່ກ່ຽວຂ້ອງໄດ້ຮ່ວມກັນປຶກສາຫາລືກ່ຽວກັບວາລະຕ່າງໆ ຊຶ່ງລວມທັງການພັດທະນາ ແລະ ການຮ່ວມມືດ້ານພື້ນຖານໂຄງລ່າງແບບຍືນຍົງ ແລະ ອື່ນໆ.
ຄໍາເຫັນ